ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍພັກ ຫ້ອງວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ກົມວິທະຍາສາດ-ປະ
ຫວັດສາດ ການທະຫານ ສຳເລັດການເປີດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III ຂອງຕົນ

ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານກົມ ຫົວໜ້າກົມວິທະຍາສາດ-ປະຫວັດສາດ
ການທະຫານ ເປັນປະທານ ໃນວັນທີ 6/3/2024 ຢູ່ທີ່ກົມ ວິທະຍາສາດ-ປະຫວັດສາດ ການທະຫານ

     ວັນທີ 06 ມີນາ 2024 ນີ້, ໜ່ວຍພັກ ຫ້ອງ ວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ກົມ ວິທະຍາສາດ-ປະຫວັດສາດ ການ
ທະຫານ ໄດ້ສຳເລັດການເປີດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III ເພື່ອປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ ໂດຍເປັນກຽດເຂົ້າຮ່ວມ
ຂອງ ສະຫາຍ ພັນໂທ ສັນຕິ ຫຼ່ຽມຜີ ເລຂາໜ່ວຍພັກ ຮອງຫົວໜ້າຫ້ອງວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ເປັນກຽດເຂົ້າຮ່ວມ
ເປັນປະທານຂອງສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານກົມ ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະ
ຫານ, ມີຕົວແທນຈາກບັນດາຫ້ອງ, ພະແນກເອກະລາດ ອົງການຈັດຕັ້ງມະຫາຊົນ, ຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງພາຍໃນຫ້ອງ
ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ສັນຕິ ຫຼ່ຽມຜີ ເລຂາໜ່ວຍພັກ ຫ້ອງ ວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ຂຶ້ນຜ່ານບົດລາຍງານ
ທັງສອງພາກ ໂດຍຍົກໃຫ້ເຫັນດ້ານດີທີ່ເປັນຜົນງານ ແລະ ຂໍ້ບົກພ່ອງທີ່ຕ້ອງປັບປຸງ ແກ້ໄຂໃນຕໍ່ໜ້າ, ໃນນັ້ນໜ່ວຍພັກ ຫ້ອງ ວິທະຍາສາດ
ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ປະກອບມີຄະນະພັກ 3 ສະຫາຍ, ມີສະມາຊິກພັກທັງໝົດ 29 ສະຫາຍ, ຍິງ 11 ສະຫາຍ. ໃນຕະຫຼອດ
ໄລຍະ 5 ປີທີ່ຜ່ານມາຄະນະພັກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດເປັນຫຼັກ ເຊື່ອມຊຶມບັນດາຂໍ້ກຳນົດກົດລະບຽບຂອງພັກ, ສາ
ມາດເຮັດໃຫ້ສະມາຊິກພັກພາຍໃນຫ້ອງວິທະຍາສາດເຕັກໂນໂລຊີແລະສິ່ງແວດລ້ອມ ມີຄວາມອຸ່ນອ່ຽນທຸ່ນທ່ຽງ ສາມາດເຮັດສຳເລັດໜ້າທີ່
ທີ່ພັກ ແລະ ຂັ້ນເທິງມອບໝາຍໃຫ້, ສາມາດເຮັດໃຫ້ໜ່ວຍພັກຫ້ອງວິທະຍາສາດເຕັກໂນໂລຊີແລະສິ່ງແວດລ້ອມ ເປັນໜ່ວຍພັກປອດໃສ,
ເຂັ້ມແຂງ ແລະ ໜັກແໜ້ນໃນໄລຍະ5ປີທີ່ຜ່ານມາ, ສ່ວນວຽກງານວິຊາສະເພາະຫ້ອງວິທະຍາສາດເຕັກໂນໂລຊີແລະສິ່ງແວດລ້ອມ ປະກອບ
ມີ 5 ພະແນກການຂຶ້ນກັບ ໃນນັ້ນມີພະແນກວິສະວະກຳເອເລັກໂຕຼຣນິກ, ພະແນກເຕັກໂນໂລຊີ, ພະແນກໄອທີຄອມພິວເຕີ, ພະແນກສິ່ງ
ແວດລ້ອມການທະຫານແລະພະແນກແຜນການສັງລວມ. ຕະຫຼອດໄລຍະ 5 ປີຜ່ານມາຫ້ອງວິທະຍາສາດເຕັກໂນໂລຊີແລະສິ່ງແວດລ້ອມ
ສາມາດເປັນເສນາທິການໃຫ້ກົມວິທະຍາສາດ-ປະຫວັດສາດການທະຫານເຮັດສຳເລັດໜ້າທີ່ວິຊາສະເພາະ ຫຼາຍໂຄງການໄດ້ເປັນຢ່າງດີ. ໃນ
ພິທີ ກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນເພື່ອປັບປຸງຈຸດທີ່ຄົງຄ້າງ ພ້ອມທັງຜ່ານແຜນການແຕ່ນີ້ຮອດປີ 2028 ເພື່ອສືບຕໍ່ຈັດ
ຕັ້ງປະຕິບັດໃນວຽກງານໃຫ້ປະກົດຜົນເປັນຈິງ. ໃນກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ເຊິ່ງມີຜູ້
ສະໝັກທັງໝົດ 7 ສະຫາຍ ເລືອກເອົາ 5 ສະຫາຍໄດ້ຕາມລະດັບຄາດໝາຍ.

     ທ້າຍພິທີສະຫາຍປະທານກອງປະຊຸມ ຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກຈົ່ງຍົກສູງຕື່ນຕົວແນວຄິດການເມືອງຂອງຕົນມີຄວາມຮັບຜິດ
ຊອບຕໍ່ໜ້າທີ່ວຽກງານວິຊາສະເພາະ ແລະ ວຽກງານຂະບວນການໃຫ້ຟົດຟື້ນ, ກໍ່ສ້າງໜ່ວຍພັກໃຫ້ມີຄວາມປອດໃສ ແລະ ເຂັ້ມແຂງໜັກ
ແໜ້ນ ພ້ອມກັນເຮັດສຳເລັດໜ້າທີ່ຕາມຂັ້ນເທິງມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ສອນໄຊ
ວັນທີ 13/03/2024